The Search

The Search

ອົງການອາຫານ ແລະ ການກະສິກຳແຫ່ງສະຫະປະຊາຊາດແຫ່ງ

ອົງການອາຫານ ແລະ ການກະສິກຳຂອງສະຫະປະຊາຊາດ ແມ່ນອົງການສະເພາະຂອງ ສະຫະປະຊາຊາດ. ເປົ້າໝາຍແມ່ນເພື່ອພັດທະນາມາດຕະຖານ ອາຫານ ແລະ ໂພຊະນາການ, ເກັບກຳ, ວິເຄາະ, ເຜີຍແຜ່ຂໍ້ມູນຂ່າວສານດ້ານໂພຊະນາການ, ອາຫານ, ກະສິກຳ, ປ່າໄມ້, ການຫາປາ ໃຫ້ແກ່ປະເທດຕ່າງໆ ເພື່ອນຳໃຊ້ເຂົ້າໃນການວາງນະໂຍບາຍກະສິກຳ. ຫ້ອງການເສດຖະກິດກະສິກໍາເປັນອົງການຕົ້ນຕໍໃນ ປະເທດລາວ. ຮັບຜິດຊອບເກັບກຳຂໍ້ມູນກະສິກຳ ໂດຍສະເພາະການຜະລິດຕາມຂໍ້ຮຽກຮ້ອງຂອງອົງການ FAO ເພື່ອວິເຄາະ ແລະ ເຜີຍແຜ່ຕື່ມອີກ. ໃນໄລຍະຜ່ານມາ, ຫ້ອງການເສດຖະກິດກະສິກຳ ໄດ້ຕອບແບບສອບຖາມຂອງອົງການ FAO ກ່ຽວກັບ ຝຸ່ນບົ່ມ ເຊິ່ງເປັນປັດໃຈການຜະລິດທີ່ສຳຄັນຂອງ ຂະແໜງກະສິກຳ, ພ້ອມທັງພະຍາຍາມຫຼຸດຜ່ອນຈຳນວນຄົນຂາດສານອາຫານ. ສ້າງຕັ້ງຂຶ້ນໃນ 1945 ໃນເມືອງ ເກແບັກ, ການາດາ, ໃນ 1947, ສໍາ ນັກງານໃຫຍ່ ໄດ້ຖືກ ຍ້າຍ ໄປເມືອງ Washington, D.C. ແລະ ປະຈຸບັນແມ່ນຢູ່ໃນເມືອງ Rome, ປະເທດອິຕາລີ.

Wikipedia · CC BY-SA