The Search
ລອນດອນ
ລອນດອນ ແມ່ນນະຄອນຫຼວງຂອງສະຫະລາຊະອານາຈັກ ແມ່ນເມືອງໃຫຍ່ທີ່ສຸດໃນສະຫະພາບເອີລົບ ເປັນໜຶ່ງໃນສູນກາງສຳຄັນທາງທຸລະກິດ ການເມືອງ ວັດທະນະທຳ ແລະປະຫວັດສາດຂອງໂລກ ເປັນຜູ້ນຳດ້ານການເງິນການເມືອງ ການສື່ສານ ການບັນເທີງ ແຟຊັ້ນ ແລະສິລະປະ. ເປັນສູນກາງການຄະມະນາຄົມໃນລະດັບນານາຊາດ ແລະເປັນເມືອງທ່ອງທ່ຽວສຳຄັນຂອງເອີລົບ ໂດຍເດີ່ນບິນທີ່ໃຫຍ່ທີ່ສຸດໃນລອນດອນ ແມ່ນ ເດີ່ນບິນນານາຊາດຮີດທະໂລ. ຈີດີພີຂອງລອນດອນ ຄິດເປັນຮ້ອຍລະ 19.5 ຂອງສະຫະລາຊະອານາຈັກ.
Wikipedia · CC BY-SA
london — ລອນດອນ, ເມືອງຫຼວງຂອງປະເທດອັງກິດ
dictionary.aplusz.app