The Search
ພາສາໄທ
ພາສາໄທ ເປັນພາສາໃນກຸ່ມພາສາໄຕ ເຊິ່ງເປັນກຸ່ມຍ່ອຍຂອງຕະກຸນພາສາກະ-ໄຕ ແລະ ເປັນພາສາລາຊະການ ແລະ ພາສາປະຈຳຊາດຂອງປະເທດໄທ ມີການສົມມຸດຕິຖານວ່າພາສາໃນຕະກຸນນີ້ມີຖິ່ນກຳເນີດມາຈາກທາງພາກໃຕ້ຂອງປະເທດຈີນ ແລະ ນັກພາສາສາດບາງສ່ວນສະເໜີວ່າ ພາສາໄທໜ້າຈະມີຄວາມເຊື່ອມໂຍງກັບຕະກຸນພາສາອົດສະໂຕຣ-ອາຊີຕິກ ຕະກຸນພາສາອົດສະໂຕນີຊຽນ ແລະ ຕະກຸນພາສາຈີນ-ຕິເບດ. ພາສາໄທ ມີລັກສະນະການອອກສຽງຄ້າຍຄື
ກັບ ພາສາລາວ.
Wikipedia · CC BY-SA