The Search

The Search

ມາຊາລາຈາຍ

ມາຊາລາຈາຍ ແມ່ນເຄື່ອງດື່ມຊາທີ່ມີລົດຊາດຈາກອາຊີໃຕ້ ໄດ້ຈາກການຕົ້ມໃບຊາດຳດ້ວຍເຄື່ອງເທດແລະສະໝຸນໄພທີ່ມີກິ່ນຫອມ ໃນປັດຈຸບັນມາຊາລາຈາຍໄດ້ຮັບຄວາມນິຍົມໄປທົ່ວໂລກແລະກາຍເປັນເຄື່ອງດື່ມທີ່ໂດດເດັ່ນຂອງຮ້ານກາເຟຫຼືຮ້ານຊາຫຼາຍທີ່ ບາງທີ່ອາດຈະເອີ້ນເຄື່ອງດື່ມນີ້ສັ້ນໆ ວ່າ "ຈາຍ" ຊຶ່ງຫມາຍຄວາມວ່າຊາ ຫຼືເອີ້ນວ່າ "ຊາຈາຍ" ໂດຍເປົນການຊ້ໍາຄໍາສັບ ວິທີການກະກຽມແບບດັ້ງເດີມຕ້ອງຕົ້ມໃບຊາດ້ວຍນົມແລະເຄື່ອງເທດ ເຊັ່ນ​ ແກ່ນກະວານຂຽວ, ທ່ອນອົບເຊຍ, ຂີງບົດ, ກ້ານພູບົດ, ແກ່ນພິກໄທດຳ ແລະອື່ນໆ ຫຼັງ​ຈາກ​ນັ້ນ​​ກັ່ນ​ຕອງກາກ​ທີ່​ຍັງ​ເຫຼືອ​ອອກ​ ແຕ່ຍັງມີການຜະລິດສໍາລັບການຂາຍຍ່ອຍ ໃນຮູບແບບຂອງຖົງຊາສໍາລັບການຕົ້ມ, ຜົງປະສົມ ຫຼືຊາເຄື່ອງເທດເຂັ້ມຂຸ້ນ (concentrate)

Wikipedia · CC BY-SA

tea — ສຽງ ຊ່ອຍເຫຼືອ, ໄຟລ໌

dictionary.aplusz.app